ຍິນດິຕ້ອນຮັບເຂົ້າສູ່ເວັບໄຊຂອງ
ໂຄງການສົ່ງເສີມການເຂົ້າເຖິງແຫລ່ງທຶນຂອງຜູ້ທຸກຍາກໃຫ້ຫລາຍຂຶ້ນ
ໂຄງການສົ່ງເສີມການເຂົ້າເຖິງແຫລ່ງທຶນຂອງຜູ້ທຸກຍາກໃຫ້ຫລາຍຂຶ້ນ (Making Access to Finance More Inclusive for Poor People – MAFIPP) ແມ່ນແຜນງານຮ່ວມມືລະຫວ່າງກອງທຶນ ສປຊ ເພື່ອການພັດທະນາ (UNCDF) ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ທີ່ເນັ້ນໃສ່ຂະແຫນງການ ແລະ ມີໄລຍະການຈັດຕັ້ງປະຕິບັດໃນເວລາ 04ປີ. ແຜນງານຮ່ວມມືດັ່ງກ່າວມີຈຸດປະສົງເພື່ອເພີ່ມການເຂົ້າເຖິງການບໍລິການການເງິນໃຫ້ແກ່ຄົວເຮືອນທີ່ມີລາຍຮັບຕ່ຳ ແລະ ຜູ້ປະກອບການຂະຫນາດນ້ອຍແບບຍືນຍົງ. ພາຍໃຕ້ການເປັນຄຸ່ຮ່ວມງານກັບ ທະນາຄານແຫ່ງ ສປປ ລາວ, ໂຄງການ MAFIPP ຈະສົ່ງເສີມໃນ 3 ລະດັບຄື: ລະດັບມະຫາພາກ, ລະດັບກາງ ແລະ ລະດັບຈຸດລະພາກ ເພື່ອເຮັດໃຫ້ຈຳນວນຄົວເຮືອນ ແລະ ຫົວຫນ່ວຍທຸລະກິດເຂົ້າເຖິງການບໍລິການທາງດ້ານການເງິນເພີ່ມຂຶ້ນ.